ປະຫານຊີວິດ 2ຄົນ ແລະ ຈໍາຄຸກຕະຫຼອດຊີວິດ 1 ຄົນ‼ง

ປະຫານຊີວິດ 2ຄົນ ແລະ ຈໍາຄຸກຕະຫຼອດຊີວິດ 1 ຄົນ‼ง

ປະຫານຊີວິດ 2ຄົນ ແລະ ຈໍາຄຸກຕະຫຼອດຊີວິດ 1 ຄົນ‼

ໃນວັນທີ 15 ພຶດສະພາ 2025 ທີ່ຜ່ານມານີ້, ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີຈໍາເລີຍຈໍານວນ 4 ຄົນ ໃນຂໍ້ຫາຢາເສບຕິດຄື:

1. ທ້າວ ວິໄລ ອາຍຸ 56 ປີ,ອາຊີບຄ້າຂາຍ ຢູ່ບ້ານໂພນງາມນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວ ຄັ້ງວັນທີ 26 ເມສາ 2024 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 12,555 ເມັດ ລົງໂທດຕັດອິດ ສະຫຼະພາບຈຳເລີຍຈໍາຄຸກຕະຫຼອດຊີວິດ ປັບໃໝ 500 ລ້ານກີບ.
2. ທ້າວ ພຽງ ອາຍຸ 31 ປີ ອາຊີບ ເຮັດນາ ຢູ່ບ້ານ ໂພນງາມນາຝ້າຍ ເມືອງທຸລະຄົມ ແຂວງວຽຈັນ ຖືກກັກຕົວຄັ້ງວັນທີ 26 ເມສາ 2024 ໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 541 ເມັດ ລົງໂທດຕັດອິດສະຫຼະພາບຈຳເລີຍ 7 ປີ ປັບໃໝ 46 ລ້ານກີບ.
3. ທ້າວ ຄໍາສອນ ອາຍຸ 39 ປີ ອາຊີບກໍາມະກອນ ຢູ່ບ້ານທົ່ງແສງຈັນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຖືກກັກຕົວໃນຄັ້ງວັນທີ 19 ສິງຫາ 2023 ໃນຂໍ້ກ່າວຫາຂົນສົ່ງຢາບ້າ ຈໍານວນ 243.800 ເມັດ ຕັດສິນລົງໂທດປະຫານຊີວິດ.
4. ທ້າວ ເຊີນລູ ອາຍຸ 35 ປີ ອາຊີບ ກໍາມະກອນ ຢູ່ບ້ານໂພນສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຖຶກກັກຕົວ ຄັ້ງວັນທີ 25 ກໍລະກົດ 2020 ໃນຂໍ້ກ່າວຫາຂົນສົ່ງຢາເສບຕິດ ມີຂອງກາງຢາໄອສ໌ 73 ກິໂລກະລຼາມ, ເຮໂຣອິນ 800 ກະລຼາມ, ຢາບ້າຈໍານວນ 24.800 ເມັດ, ກັນຊາ 14 ກິໂລກະລຼາມ ແລະ ປືນ K59 1 ກະບອກ ແລະ ລູກກະສູນ 6 ລູກ ຕັດສິນລົງໂທດປະຫານຊີວິດ.
—–
©ປກສ ແຂວງວຽງຈັນ ดูน้อยลง

Leave a Reply

Your email address will not be published. Required fields are marked *