ພາຍຸພັດຖະຫລົ່ມ ທາດພະນົມ ປະເທດໄທ ເສົາໄຟລົ້ມເກືອບ 30 ຕົ້ນ

ພາຍຸພັດຖະຫລົ່ມ ທາດພະນົມ ປະເທດໄທ ເສົາໄຟລົ້ມເກືອບ 30 ຕົ້ນ

ສໍານັກຂ່າວ One News ຂອງປະເທດໄທ ລາຍງານວັນທີ 7 ພຶດສະພາ 2025 ເວລາປະມານ 13:30 ໂມງ ພາຍຸລະດູຮ້ອນພັດຖະຫລົ່ມຢ່າງຮຸນແຮງ ໃນພື້ນທີ່ອໍເພີທາດພະນົມ ຈັງຫວັດນະຄອນພະນົມ ປະເທດໄທ ສົ່ງຜົນໃຫ້ເສົາໄຟຟ້າລົ້ມຂວາງທາງເກືອບ 30 ຕົ້ນ ເຊິ່ງເຮັດໃຫ້ການສັນຈອນຍາກລໍາບາກ ແລະ ໄຟຟ້າດັບເປັນວົງກວ້າງ.

ເຈົ້າໜ້າທີ່ການໄຟຟ້າຈັງຫວັດນະຄອນພະນົມ ແລະ ພະແນກທາງຫຼວງນະຄອນພະນົມ ໄດ້ປິດເສັ້ນທາງດັ່ງກ່າວຊົ່ວຄາວ ແລະ ໃຊ້ເສັ້ນທາງອ້ອມ ເພື່ອໃຫ້ເຈົ້າໜ້າທີ່ເຂົ້າມາກວດກາ ແລະ ສ້ອມແປງຄວາມເສຍຫາຍ.

 

#ຂ່າວຕ່າງປະເທດລາວພັດທະນາ #ພາຍຸລະດູຮ້ອນ #ປະເທດໄທ

ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088

Leave a Reply

Your email address will not be published. Required fields are marked *